ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈຳນວນ​ຜູ້​ຍົກຍ້າຍ​ເຂົ້າ​ໄປ​ອາ​ເມ​ຣິ​ກາ ທີ່​ຜິດ​ກົດໝາຍ​ສືບຕໍ່​ເພີ່ມ​ຫຼາຍ​ຂຶ້ນ

     ຕາມຂ່າວສານຊິນຮ່ວາ ລາຍງານ ວັນ​ທີ 24 ທັນວາ ​ນີ້, ບໍລິສັດ​ວິທະຍຸ​ໂກ​ລົມ​ບີ​ອາ​ເມ​ຣິ​ກາ ຫຼື CBS ລາຍ​ງານ​ວ່າ: ໃນ​ໜຶ່ງ​ອາທິດ​
ຜ່ານ​ມາ​ນີ້, ໜ່ວຍ​ລາດຕະເວນ​ຊາຍ​ແດນ​ ອາ​ເມ​ຣິ​ກາ ໄດ້​ຈັບ​ກຸມ​ຜູ້​ຍົກຍ້າຍ​ເຂົ້າ​ໄປ​ອາ​ເມ​ຣິ​ກາ ​ທີ່​ຜິດ​ກົດໝາຍ​ເກືອບ 50.000 ຄົນ​ ໃນ​ເວ
ລາ​ພຽງ​ແຕ່ 5 ມື້​ເທົ່າ​ນັ້ນ, ແຕ່​ລະ​ມື້​ໄດ້​ຈັບ​ກຸມ​ຫຼາຍ​ກວ່າ 10.000 ຄົນ. ຫຼັງ​ຈາກ​ລັດຖະບານ​ຊຸດ​ປັດຈຸບັນ​ຂອງ ​ອາ​ເມ​ຣິ​ກາ ​ກຳ​ອຳນາດ​ແລ້ວ
ໄດ້​ຜ່ອນຄາຍ​ນະໂຍບາຍ​ຜູ້​ຍົກຍ້າຍ​ເຂົ້າ​ເມືອງ​ຢ່າງ​ຫຼວງຫຼາຍ ເຮັດ​ໃຫ້​ຈຳນວນ​ຜູ້​ຍົກຍ້າຍ​ທີ່​ຜິດ​ກົດໝາຍ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ.

     ໃນ​ເດືອນ ​ສິງຫາ ​ປີ​ນີ້, ຜູ້​ຍົກຍ້າຍ​ເຂົ້າ​ໄປ​ ອາ​ເມ​ຣິ​ກາ​ ​ຜິດ​ກົດໝາຍ​ບັນລຸ​ເຖິງ 300.000 ຄົນ ໂດຍ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດ
ສາດ. ໃນ​ເດືອນ​ພະຈິກ​ຜ່ານ​ມາ, ຈຳນວນ​ຜູ້​ຍົກຍ້າຍ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ຢູ່​ອາ​ເມ​ຣິ​ກາ​ ແມ່ນ​ສູງ​ເຖິງ 240.000 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/12/2023